ເພື່ອເຄື່ອນໄຫວເຜີຍແຜ່ 4 ເອກະສານທີ່ກ່ຽວພັນກັບລະບຽບການສັນຈອນຕາມທ້ອງຖະໜົນຫຼວງໃຫ້ຄູ-ອາຈານ ແລະນັກຮຽນໂຮງ ຮຽນມັດທະຍົມຕອນປາຍອົງແກ້ວ ແລະໂຮງຮຽນມັດທະຍົມຕອນປາຍສາລະວັນເປັນກຽດບັນລະຍາຍເອກະສານຂອງສະຫາຍ ບຸນຄໍ້າ ວົງໂພນທອງ ຫົວໜ້າກອງໂຄສະນາຕໍາຫຼວດຈະລາຈອນແຂວງ ສາລະວັນເຂົ້າຮ່ວມຮັບຟັງການ ເຜີຍແຜ່ດັ່ງກ່າວມີຄູ-ອາຈານ ແລະນັກຮຽນຂອງສອງໂຮງຮຽນດັ່ງ ກ່າວເຂົ້າຮ່ວມ.
ທ່ານຫົວໜ້າກອງໂຄສະນາຕໍາຫຼວດຈະລາຈອນແຂວງໄດ້ຍົກໃຫ້ ເຫັນກ່ຽວກັບການນໍາໃຊ້ພາຫະນະຕາມທ້ອງຖະໜົນຫຼວງໃຫ້ມີຄົບ ກັບອົງປະກອບທີ່ໃສ່ມາໃນຄັ້ງທໍາອິດເຊັ່ນ: ສະພາບເຕັກນິກ, ແວ່ນສ່ອງຫຼັງ, ກະຕ່າລົດ, ການນໍາໃຊ້ໃບຂັບຂີ່ ແລະເອກະສານທີ່ກ່ຽວ ພັນກັບພາຫະນະຕະຫຼອດຮອດວິທີການຂັບຂີ່ທີ່ຖືກຕ້ອງຕາມທ້ອງຖະໜົນຫຼວງ ຈາກນັ້ນໃຫ້ນັກຂັບຂີ່ ແຕ່ລະຄົນໃຫ້ເອົາໃຈໃສ່ໃນການຄຸ້ມ ຄອງ, ການຮັກສາໜັງສື ແລະປ້າຍລົດທີ່ມີໄວ້ໃນການຄອບຄອງບໍ່ໃຫ້ຫັກ, ບໍ່ໃຫ້ແຕກເພພັງ ແລະຕົກເຮ່ຍເສຍຫາຍ, ຕັ້ງໜ້າປະຕິບັດດໍາ ລັດ 188 ຂອງນາຍົກລັດຖະມົນຕີ ວ່າດ້ວຍການປັບໄໝ ແລະມາດຕະການຕ່າງໆຕໍ່ຜູ້ລະເມີດ ເປັນຕົ້ນແມ່ນການແລ່ນລົດໄວເກີນຂອບເຂດ, ການໃຊ້ສຽງເນືອງນັນກວນເມືອງ, ການດັດແປງເຕັກນິກທີ່ມີແຮງເກີນກວ່າປົກກະຕິ, ບໍ່ໃສ່ໝວກກັນກະທົບແວ່ນສ່ອງຫຼັງ, ກະຕ່າລົດ ແລະອື່ນໆແມ່ນຈະຖືກປັບໄໝຕາມກົດລະບຽບຈະລາຈອນວາງອອກ.
ຄຽງຄູ່ກັນນັ້ນກອງວິຊາສະເພາະຍັງໄດ້ສາຍພາບໂປຣເຈັກເຕີທີ່ໃຫ້ຄວາມຮູ້ກ່ຽວກັບປ້າຍສັນຍານເຕືອນການລ້ຽວລົດ, ແຊງບໍ່ຮັບປະກັນ, ໄຟເຕືອນບໍລິເວນ 3 ແຍກ, 4 ແຍກ, ທາງໂຄ້ງອັນຕະລາຍທີ່ຈະພາໃຫ້ເກີດອຸປະຕິເຫດຕາມທ້ອງຖະໜົນຫຼວງ ທັງນີ້ ກໍເພື່ອໃຫ້ຄູ-ອາຈານ ແລະນັກຮຽນຮັບຮູ້ເຂົ້າໃຈໃນການຂັບຂີ່ ແລະຂໍ້ຫ້າມຕ່າງໆເພື່ອນໍາໄປຈັດຕັ້ງປະຕິບັດເວລາມີການຂັບຂີ່ພາຫະນະຕາມຖະໜົນ, ຍົກສູງການເຄົາລົບສິດເຊິ່ງກັນ ແລະກັນ, ເຄົາລົບກົດລະບຽບຈະລາຈອນຈິ່ງຈະພາໃຫ້ພົ້ນໄພຈາກອຸປະຕິເຫດ.