ຊາວບ້ານໂພສີ ລ້ຽງເຜີ້ງຂາຍກໍມີລາຍຮັບ

   ບ້ານໂພສີ ເມືອງແປກ ແຂວງຊຽງຂວາງ ມີ 34 ຄອບ ຄົວ, ມີພົນລະເມືອງທັງໝົດ 205 ຄົນ, ຍິງ 95 ຄົນ. ຫ່າງຈາກເທສະບານແຂວງ 25 ກິໂລແມັດ, ອາຊີບຕົ້ນຕໍຂອງຊາວບ້ານແມ່ນ ເຮັດນາ, ຕໍ່າຫູກທໍໄໝເປັນສຳຮອງ ແລະ ລ້ຽງສັດເປັນຕົ້ນແມ່ນລ້ຽງເຜິ້ງເປັນອາຊີບເສີມເພື່ອສ້າງລາຍຮັບເຂົ້າຄອບຄົວ.

 

   ປະຊາຊົນພາຍໃນບ້ານແມ່ນມີຄວາມເຄີຍຊິນທີ່ລຸ້ນພໍ່ແມ່ພາລ້ຽງມາຕາມທຳມະຊາດລ້ຽງພໍໄດ້ກິນໄດ້ໃຊ້ເພື່ອສະດວກໃນເວລາຕ້ອງການເອົານ້ຳເຜິ້ງໄວ້ກິນ, ໄວ້ໃຊ້ເຮັດຢາ ຈິ່ງບໍ່ຈຳເປັນຕ້ອງ ເຂົ້າໄປຫາໃນປ່າ.

   ມາຮອດປີ 2010 ແນວລາວ ສ້າງຊາດແຂວງໄດ້ນຳເອົາໂຄງການປັບປຸງການລ້ຽງເຜິ້ງຊຶ່ງເປັນໂຄງການສົ່ງເສີມການພັດທະນາສັງຄົມຊາວຊົນນະບົດໂດຍແມ່ນທ່ານ ສີສະຫຼຽວ ສະແຫວງສຶກສາ ເປັນຫົວໜ້າໂຄງການ. ທ່ານໄດ້ນຳເອົາວິຊາການ ຈາກວິທະຍາໄລກະເສດນາບົງມາຝຶກອົບຮົມໃຫ້ປະຊາຊົນ ຊຶ່ງໄດ້ສອນໃຫ້ຮູ້ເບື້ອງຕົ້ນກ່ຽວກັບ ວິທີການສ້າງໂກນຮັງເຜິ້ງແບບໃໝ່ເປັນຮູບສີ່ລ່ຽມ, ກວ້າງ 40 ຊັງຕີແມັດ, ຍາວ 50 ຊັງຕີແມັດ, ຂ້າງເບື້ອງເທິງມີໄມ້ດີ້ວສຳລັບ ໃຫ້ເຜິ້ງກໍຮັງເປັນຝາໃຜຝາລາວ ເພື່ອບໍ່ໃຫ້ຮັງຂອງມັນຕິດກັນ ເພື່ອສະດວກໃນການຂະຫຍາຍ ຮັງເຜິ້ງ ແລະສະດວກໃນເວລາ ເກັບກູ້; ສອນໃຫ້ຮູ້ສະພາບຈຸດພິ ເສດຂອງເຜິ້ງ ແລະການປູກຕົ້ນ ໄມ້ຫຼາກຫຼາຍຊະນິດ ເພື່ອໃຫ້ເຜິ້ງ ນຳເອົາເກສອນດອກໄມ້ມາຜະ ລິດເປັນນ້ຳເຜີ້ງ; ສອນໃຫ້ຮູ້ວິທີ ເກັບກູ້ນ້ຳເຜິ້ງ, ບໍ່ໃຫ້ນຳເອົາຮັງ  ລູກອ່ອນຂອງເຜິ້ງມາປະສົມກັບ ນ້ຳເຜິ້ງ ເພາະຈະເຮັດໃຫ້ນ້ຳເຜິ້ງ ບໍ່ໄດ້ຄຸນນະພາບ; ທັງປັນການຮັກ ສາລູກອ່ອນຂອງເຜິ້ງໃຫ້ເປັນແມ່ ເຜິ້ງສ້າງຮັງ ແລະຜະລິດນ້ຳເຜິ້ງ ຕໍ່ໆໄປ.

   ເມື່ອຊາວບ້ານໄດ້ຮັບການຝຶກອົບຮົມກໍເຮັດໃຫ້ຫຼາຍໆຄອບຄົວມີຄວາມສົນໃຈໃນການລ້ຽງເຜິ້ງ, ຊຶ່ງນອກຈາກປະຊາຊົນ ບ້ານໂພສີ ແລ້ວການລ້ຽງເຜິ້ງຍັງໄດ້ຂະຫຍາຍໄປ 4 ບ້ານເຂດລ້ອງປາ, ກຸ່ມລ້ອງບວກ ແລະກຸ່ມຄັງວຽງ ອີກ,  ເມື່ອເຫັນວ່າຂະບວນການລ້ຽງເຜິ້ງມີການຂະຫຍາຍຕົວຄືແນວນັ້ນໂຄງການສົ່ງເສີມການພັດທະນາສັງຄົມຊາວຊົນນະບົດ ໄດ້ຄັດເລືອກເອົາຄອບຄົວທີ່ໂດດ ເດັ່ນໃນການລ້ຽງເຜິ້ງ 4 ຄອບຄົວໄປທັດສະນະສຶກສາ ແລະ ຝຶກອົບຮົມຢູ່ປະເທດໄທເພື່ອໃຫ້ຮູ້ວິທີຂະຫຍາຍຮັງເຜິ້ງ ໂດຍບໍ່ລໍຖ້າໃຫ້ເຜິ້ງ ມາເຂົ້າຮັງເອງ, ວິທີຂະຫຍາຍຮັງ ເຜິ້ງຈາກ 1 ໂກນເປັນ 2 ໂກນ, ຈາກ 2 ເປັນ 4,  ຈາກ 4 ເປັນ 8 ຕໍ່ໆໄປ ເຮັດໃຫ້ຂະບວນການລ້ຽງເຜິ້ງຂະຫຍາຍຕົວໄວຊຶ່ງ ໃນ ປີ 2010 ໄດ້ເລີ່ມເກັບກູ້ນ້ຳ ເຜິ້ງໄດ້ 700 ກວ່າລິດ ເທົ່ານັ້ນ, ມາຮອດປີ 2015 ສາມາດເກັບນ້ຳເຜິ້ງໄດ້ 4.600 ລິດ ສະເພາະໃນບັນຊີໂຄງການຂອງບ້ານໂພສີ, ນອກນັ້ນ ປະຊາຊົນຍັງໄດ້ເກັບຂາຍໃຫ້ຜູ້ທີ່ມາຊື້ນອກໂຄງການອີກຫຼາຍສົມຄວນ.

   ໃນນັ້ນ ເດັ່ນກວ່າໝູ່ແມ່ນຄອບຄົວຂອງທ້າວ ຊຽງເມກ ຈັນທະ ພອນ ທີ່ສາມາດລ້ຽງເຜິ້ງໄດ້ເຖິງ 60 ປາຍໂກນ, ສ້າງລາຍຮັບເຂົ້າຄອບຄົວໄດ້ 30 ລ້ານກີບຕໍ່ປີ.  ນອກນີ້ຄອບຄົວຂອງເພິ່ນຍັງມີ ລາຍຮັບຈາກການປູກຝັງລ້ຽງສັດ ອື່ນໆອີກ ເຮັດໃຫ້ຄອບຄົວເພິ່ນມີຊີວິດການເປັນຢູ່ດີຂື້ນເລື້ອຍໆຈົນສາມາດຊື້ພາຫະນະຮັບໃຊ້ການຜະລິດ, ເຄື່ອງຮັບໃຊ້ໃນຄົວເຮືອນ, ມີເງິນສົ່ງເສີມລູກຮຽນຕໍ່ມະຫາ ວິທະຍາໄລຈົນຈົບ ແລະ ຍັງມີເງິນແຮໄວ້ໃຊ້ຈ່າຍໃນຄອບຄົວ. ກາຍເປັນຄອບຄົວຕົວແບບທີ່ໂດດເດັ່ນຂອງກຸ່ມບ້ານນຳອີກ.

   ການລ້ຽງເຜິ້ງເປັນອາຊີບເສີມທີ່ລາຍຮັບບໍ່ທັນສູງປານໃດແຕ່ກໍ່ມີຜົນດີເພາະໃຊ້ຕົ້ນທຶນບໍ່ຫຼາຍພຽງແຕ່ເຮົາມີຄວາມເອົາໃຈໃສ່, ມີຄວາມດຸໝັ່ນກໍສາມາດລ້ຽງໄດ້, ເປັນການລ້ຽງແບບທຳ ມະຊາດບໍ່ໃຊ້ຢາຂ້າຫຍ້າ, ຢາຂ້າ ແມງໄມ້ ຫຼື ສານເຄມີໃດໆຈິ່ງເຮັດໃຫ້ໄດ້ນ້ຳເຜິ້ງຫຼາຍ ແລະ ໄດ້ຄຸນນະພາບປອດສານເຄມີ 100% ແລະ ທັງເປັນການອະນຸລັກຮັກສາ ສິ່ງແວດລ້ອມໃຫ້ມີປ່າໄມ້ທີ່ດົກໜາ ແລະ ອຸດົມສົມບູນຕະຫຼອດໄປ.

ຄະແນນລາຍການນີ້
(0 votes)
ເຂົ້າລະບົບເພື່ອສະແດງຄຳເຫັນ

ຜູ້ໃຊ້ເຂົ້າສູ່ລະບົບ

ປະຕິທິນຂ່າວ “ເສດຖະກິດ-ສັງຄົມ”

« ພຶດສະພາ 2017 »
Mon Tue Wed Thu Fri Sat Sun
1 2 3 4 5 6 7
8 9 10 11 12 13 14
15 16 17 18 19 20 21
22 23 24 25 26 27 28
29 30 31        
ໄປເທິງສຸດ